ສຳລັບນັກສຳຫຼວດ, ນັກພັດທະນາທີ່ດິນ, ຫຼື ຜູ້ທີ່ເຮັດວຽກກ່ຽວກັບລະບົບຂໍ້ມູນພູມສາດ (GIS), ການຫາພາບດາວທຽມທີ່ຊັດເຈນ ແລະ ອັບເດດໃໝ່ສະເໝີແມ່ນເລື່ອງທີ່ສຳຄັນຫຼາຍ. Landsat 8 ຖືເປັນດາວທຽມຍອດນິຍົມທີ່ສຸດ ເນື່ອງຈາກໃຫ້ຂໍ້ມູນຟຣີ ແລະ ມີຫຼາຍແຖບສີໃຫ້ວິເຄາະ.
ແຕ່ບັນຫາທີ່ຫຼາຍຄົນພົບຄື: ການໄປໂຫຼດພາບຈາກເວັບໄຊຫຼັກມັກຈະໄດ້ພາບຂະໜາດໃຫຍ່ຫຼາຍ (ກວມເອົາຫຼາຍແຂວງ) ເຮັດໃຫ້ໜັກເຄື່ອງ ແລະ ເສຍເວລາຕັດ. ມື້ນີ້ເຮົາຈະມາແນະນຳວິທີການໃຊ້ງານເຄື່ອງມືດາວໂຫລດພາບຜ່ານ Google Earth Engine (GEE) ຜ່ານເວບໄຊ laodev.org ທີ່ສາມາດຕັດຂອບເຂດສະເພາະ "ເມືອງ" ທີ່ເຮົາຕ້ອງການ ແລ້ວໂຫຼດກົງລົງເຄື່ອງໄດ້ທັນທີ!
ເຄື່ອງມືນີ້ຖືກອອກແບບມາໃຫ້ໃຊ້ງານງ່າຍ ພຽງແຕ່ເຮັດຕາມ 4 ຂັ້ນຕອນດັ່ງນີ້:
ເລືອກຄວາມລະອຽດ (Scale): * ຖ້າເມືອງທີ່ຕ້ອງການມີຂະໜາດນ້ອຍ, ໃຫ້ເລືອກ 30 ແມັດ ເພື່ອຄວາມຊັດເຈນສູງສຸດ.
ຖ້າເປັນເມືອງໃຫຍ່ (ເຊັ່ນ: ເມືອງໄຊເສດຖາ, ພີນ, ຫຼື ນາກາຍ), ລະບົບອາດຈະແຈ້ງເຕືອນວ່າໄຟລ໌ໃຫຍ່ເກີນໄປ. ໃຫ້ປ່ຽນມາເລືອກ 60 ແມັດ ເພື່ອໃຫ້ສາມາດສ້າງ Direct Link ໂຫຼດລົງເຄື່ອງໄດ້ທັນທີ.
ເລືອກແຂວງ ແລະ ເມືອງ: ລະບົບມີ Dropdown ລາຍຊື່ແຂວງ ແລະ ເມືອງທັງໝົດໃນປະເທດລາວ. ພຽງແຕ່ຄລິກເລືອກ, ແຜນທີ່ຈະຊູມເຂົ້າໄປຫາເມືອງນັ້ນອັດຕະໂນມັດ ພ້ອມແຕ້ມເສັ້ນຂອບເຂດສີແດງໃຫ້ເຫັນ.
ກຳນົດຊ່ວງເວລາ: ເລືອກວັນທີເລີ່ມຕົ້ນ ແລະ ວັນທີສິ້ນສຸດ. ລະບົບຈະທຳການຄັດຕອງເອົາສະເພາະພາບທີ່ ຂີ້ເຝື້ອ (Cloud Cover) ໜ້ອຍກວ່າ 20% ມາປະມວນຜົນໃຫ້ອັດຕະໂນມັດ.
ກົດປະມວນຜົນ: ກົດປຸ່ມສ້າງລິ້ງດາວໂຫລດ ແລ້ວລໍຖ້າປະມານ 10-15 ວິນາທີ. ທ່ານຈະໄດ້ຮັບປຸ່ມສີຂຽວສຳລັບດາວໂຫລດໄຟລ໌ .TIF ທີ່ປະກອບດ້ວຍ 7 ແຖບສີມາດຕະຖານ (Band 1 ຫາ 7) ພ້ອມເອົາໄປໃຊ້ງານຕໍ່ໄດ້ເລີຍ!