ຄູ່ມືນຳໃຊ້: ລະບົບສົມທຽບການນຳໃຊ້ທີ່ດິນ (Land Cover Analysis) ປະເທດລາວ

ຖ້າທ່ານກຳລັງຊອກຫາເຄື່ອງມືສຳລັບວິເຄາະ ແລະ ປຽບທຽບການປ່ຽນແປງຂອງການນຳໃຊ້ທີ່ດິນໃນປະເທດລາວ (ເຊັ່ນ: ພື້ນທີ່ປ່າໄມ້, ຕົວເມືອງ, ພື້ນທີ່ກະສິກຳ ແລະ ແຫຼ່ງນ້ຳ) ມື້ນີ້ເຮົາຂໍແນະນຳ Web App ລະບົບສົມທຽບການນຳໃຊ້ທີ່ດິນ ທີ່ພັດທະນາໂດຍນຳໃຊ້ Google Earth Engine (GEE). ເຊິ່ງສາມາດໃຊ້ງານໄດ້ງ່າຍໆ ຜ່ານເວັບບຼາວເຊີ ແລະ ຍັງສາມາດດາວໂຫຼດຂໍ້ມູນໄປໃຊ້ຕໍ່ໄດ້ອີກດ້ວຍ!

ຈຸດເດັ່ນຂອງລະບົບນີ້ມິຫຍັງແດ່?

  • ສົມທຽບແຜນທີ່ແບບເລື່ອນ (Swipe Map): ສາມາດເລື່ອນເບິ່ງການປ່ຽນແປງຂອງແຜນທີ່ລະຫວ່າງ 2 ປີໄດ້ຢ່າງຊັດເຈນ.
  • ຖານຂໍ້ມູນລະດັບໂລກ: ເລືອກໃຊ້ໄດ້ທັງ Dynamic World (ອັບເດດຕໍ່ເນື່ອງ) ແລະ ESA WorldCover (ປີ 2020 ແລະ 2021).
  • ສະຫຼຸບຂໍ້ມູນເປັນກຣາບ: ຄຳນວນເນື້ອທີ່ (Hectares) ຂອງແຕ່ລະປະເພດການນຳໃຊ້ທີ່ດິນ ແລະ ສະແດງຜົນເປັນກຣາບປຽບທຽບ.
  • ດາວໂຫຼດຂໍ້ມູນ (Export GeoTIFF): ສາມາດສ້າງລິ້ງດາວໂຫຼດໄຟລ໌ ແລ້ວນຳໄປໃຊ້ຕໍ່ໃນໂປຣແກຣມ GIS ເຊັ່ນ ArcGIS ຫຼື QGIS ໄດ້ເລີຍ.

ວິທີການໃຊ້ງານ 4 ຂັ້ນຕອນງ່າຍໆ

📊 1. ຕັ້ງຄ່າຂໍ້ມູນແຜນທີ່ (Data Settings)

ໃນສ່ວນທຳອິດ ໃຫ້ທ່ານເລືອກ "ຖານຂໍ້ມູນ (Dataset)" ທີ່ຕ້ອງການ. ຖ້າຕ້ອງການເບິ່ງການປ່ຽນແປງຫຼາຍໆປີ ແນະນຳໃຫ້ເລືອກ Dynamic World. ຈາກນັ້ນ, ໃຫ້ເລືອກ ປີທີ 1 (ຊ້າຍ) ແລະ ປີທີ 2 (ຂວາ) ທີ່ທ່ານຕ້ອງການປຽບທຽບ.

📍 2. ເລືອກຂອບເຂດພື້ນທີ່ (Area of Interest)

ລະບົບໄດ້ອອກແບບມາໃຫ້ສະດວກສະບາຍສຳລັບຜູ້ໃຊ້ໃນລາວ ໂດຍທ່ານພຽງແຕ່:
- ເລືອກແຂວງ (Province): ລໍຖ້າໃຫ້ລະບົບໂຫຼດລາຍຊື່ແຂວງ ແລ້ວເລືອກແຂວງທີ່ຕ້ອງການ.
- ເລືອກເມືອງ (District): ຫຼັງຈາກເລືອກແຂວງແລ້ວ, ລາຍຊື່ເມືອງຈະສະແດງຂຶ້ນມາໃຫ້ທ່ານເລືອກ.

🔄 3. ປະມວນຜົນ ແລະ ເບິ່ງກຣາບ (Run Analysis)

ເມື່ອຕັ້ງຄ່າສຳເລັດແລ້ວ, ໃຫ້ຄລິກທີ່ປຸ່ມ "🔄 ປະມວນຜົນການສົມທຽບ (Run Analysis)". ລະບົບຈະທຳການໂຫຼດແຜນທີ່ ແລະ ຄຳນວນເນື້ອທີ່ການນຳໃຊ້ທີ່ດິນ (ໜ່ວຍເປັນເຮັກຕາ). ທ່ານສາມາດເລື່ອນເສັ້ນແບ່ງເຄິ່ງກາງແຜນທີ່ ເພື່ອປຽບທຽບພາບຊ້າຍ-ຂວາ ແລະ ເບິ່ງກຣາບສະຫຼຸບການປ່ຽນແປງຢູ່ດ້ານຊ້າຍມືໄດ້.

📥 4. ການດາວໂຫຼດຂໍ້ມູນ (Download GeoTIFF)

ສຳລັບນັກສຶກສາ ຫຼື ນັກຄົ້ນຄວ້າທີ່ຕ້ອງການນຳຂໍ້ມູນໄປເຮັດແຜນທີ່ຕໍ່:
1. ເລືອກປີທີ່ຕ້ອງການດາວໂຫຼດ (ປີທີ 1 ຫຼື ປີທີ 2).
2. ຄລິກທີ່ປຸ່ມ "🔗 ສ້າງລິ້ງດາວໂຫລດ (Generate Link)".
3. ລໍຖ້າຈັກໜ່ອຍ ລະບົບຈະສ້າງລິ້ງສີຟ້າຂຶ້ນມາ ໃຫ້ຄລິກທີ່ລິ້ງນັ້ນເພື່ອດາວໂຫຼດໄຟລ໌ .tif ເຂົ້າເຄື່ອງຄອມພິວເຕີຂອງທ່ານ.


💡 ໝາຍເຫດ (Tip): ຫຼັງຈາກດາວໂຫຼດໄຟລ໌ GeoTIFF ໄປເປີດໃນໂປຣແກຣມ ArcGIS ແລ້ວ, ທ່ານສາມາດຕັ້ງຄ່າສີ (Symbology) ຕາມຄ່າ RGB ທີ່ລະບົບສະແດງໄວ້ໃນຕາຕະລາງ Legend ຂອງແຜນທີ່ ເພື່ອໃຫ້ໄດ້ສີທີ່ຖືກຕ້ອງຕາມມາດຕະຖານ.