ການຊອກຫາຂໍ້ມູນແບບຈຳລອງລະດັບຄວາມສູງ (Digital Elevation Model ຫຼື DEM) ທີ່ມີຄວາມຊັດເຈນ ເພື່ອນຳມາໃຊ້ໃນວຽກງານ GIS ອາດເປັນເລື່ອງທີ່ຫຍຸ້ງຍາກ ໂດຍສະເພາະການຕ້ອງມາຕັດຂອບເຂດ (Clip) ໃຫ້ພໍດີກັບພື້ນທີ່ທີ່ເຮົາຕ້ອງການ.
ແຕ່ມື້ນີ້, ເຮົາຈະມາສອນວິທີການນຳໃຊ້ເຄື່ອງມືລະດັບໂລກຢ່າງ Google Earth Engine (GEE) ໃນການສ້າງແອັບນ້ອຍໆເທິງໜ້າເວັບ ເພື່ອເລືອກແຂວງ, ເລືອກເມືອງ ໃນປະເທດລາວ ແລ້ວກົດດາວໂຫຼດໄຟລ໌ GeoTIFF ໄດ້ລີຍທັນທີ, ພ້ອມທັງສາມາດຄຳນວນສະຖິຕິພື້ນທີ່ໄດ້ອັດຕະໂນມັດອີກດ້ວຍ!
ຫຼີ້ນເຄື່ອງມື ແລະ ດາວໂຫລດໄດ້ດ້ານລຸ່ມ
ຈຸດເດັ່ນຂອງເຄື່ອງມື (Script) ນີ້ມີຫຍັງແດ່?
- ເລືອກຖານຂໍ້ມູນໄດ້ຫຼາຍແບບ: ສາມາດເລືອກໄດ້ທັງ Copernicus GLO-30 (ແນະນຳ, ໃໝ່ ແລະ ຊັດເຈນ), NASADEM ແລະ ALOS AW3D30.
- ມີເມນູເລືອກພື້ນທີ່ອັດຕະໂນມັດ: ດຶງຂໍ້ມູນຂອບເຂດການປົກຄອງຂອງລາວມາໃຫ້ເລືອກແຂວງ ແລະ ເມືອງໄດ້ງ່າຍໆ.
- ຄຳນວນສະຖິຕິທັນທີ: ບອກເນື້ອທີ່ (Km²), ລະດັບຄວາມສູງ (ຕໍ່າສຸດ, ສູງສຸດ, ສະເລ່ຍ) ແລະ ອົງສາຄວາມເນີນຊັນ ຂອງພື້ນທີ່ເມືອງນັ້ນໆ.
- ດາວໂຫຼດກົງ (Direct Link): ບໍ່ຕ້ອງລໍຖ້າ Export ເຂົ້າ Google Drive, ສາມາດຄລິກແລ້ວໂຫຼດໄຟລ໌ລົງຄອມພິວເຕີໄດ້ເລີຍ.
ຂັ້ນຕອນການນຳໃຊ້: ເລືອກພື້ນທີ່ ແລະ ດາວໂຫຼດ
- ຢູ່ກ່ອງເຄື່ອງມືເບື້ອງຊ້າຍ, ໃຫ້ເລືອກປະເພດ DEM ທີ່ຕ້ອງການ (ແນະນຳໃຫ້ເລືອກ Copernicus GLO-30).
- ເລືອກ ແຂວງ ແລະ ເມືອງ ທີ່ທ່ານຕ້ອງການດາວໂຫຼດ.
- ລໍຖ້າປະມານ 2-3 ວິນາທີ ລະບົບຈະຄຳນວນເນື້ອທີ່ ແລະ ສະແດງສີຄວາມສູງເທິງແຜນທີ່.
- ກົດປຸ່ມ "📥 ສ້າງລີ້ງໂຫຼດ DEM (GeoTIFF)".
- ເມື່ອລະບົບສ້າງລີ້ງສຳເລັດ ຈະມີຂໍ້ຄວາມໃຫ້ຄລິກດາວໂຫຼດ ໃຫ້ນຳໄຟລ໌ນັ້ນໄປເປີດໃນ QGIS ຫຼື ArcGIS ຕໍ່ໄດ້ເລີຍ!
ສະຫຼຸບ
ການໃຊ້ Google Earth Engine ຊ່ວຍປະຢັດເວລາໃນການຊອກຫາ ແລະ ຕັດຕໍ່ພາບ DEM ໄດ້ຢ່າງມະຫາສານ. ໂຄດນີ້ຖືກອອກແບບມາໃຫ້ໃຊ້ງານງ່າຍ ເໝາະສຳລັບນັກສຶກສາ, ນັກສຳຫຼວດ ແລະ ຜູ້ທີ່ເຮັດວຽກກ່ຽວກັບ GIS ໃນປະເທດລາວ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ຢ່າລືມແບ່ງປັນໃຫ້ໝູ່ເພື່ອນໄດ້ອ່ານນຳກັນເດີ!

0 Comments